\u0E95\u0EB3\u0EC1\u0EDC\u0EC8\u0E87\u0E8A\u0EC8\u0EB2\u0E87\u0E9A\u0EB3\u0EA5\u0EB8\u0E87\u0EAA\u0EC9\u0EAD\u0EA1\u0EC1\u0E9B\u0E87\u0E81\u0EBB\u0E99\u0E88\u0EB1\u0E81\u0EDC\u0EB1\u0E81
Apply NowCareer Opportunities: ຕຳແໜ່ງຊ່າງບຳລຸງສ້ອມແປງກົນຈັກໜັກ (17254)
Requisition ID 17254 - Posted - Laos
Job Description Print Preview
Apply Save Job Email Job to Friend Return to List
G****ROW WITH PHU BIA MINING.
D****EVELOP YOUR FUTURE.
R****EACH YOUR GOALS WITH
HIGH IMPACT RESULTS.
ຕຳແໜ່ງຊ່າງບຳລຸງສ້ອມແປງກົນຈັກ****ໜັກ
ສະຖານທີ່: ບ້ານທວາຍ
ຈຳນວນມື້ເຮັດວຽກ: 20 ມື້, ພັກ 8 ມື້
ຕຳແໜ່ງນີ້ແມ່ນປະຈຳຢູ່ ບ້ານທວາຍ ເຊິ່ງທ່ານຕ້ອງໄດ້ລາຍງານວຽກຫາຫົວໜ້າທີມຊ່າງເຊື່ອມ, ທ່ານຈະຕ້ອງຮັບຜິດຊອບໃນການປະຕິບັດວຽກງານທຸກກິດຈະກຳຂອງການບຳລຸງຮັກສາປະຈຳວັນ ທີ່ມອບໝາຍໂດຍຫົວໜ້າທີມ ຫຼື ຫົວໜ້າຄຸມງານຂອງທ່ານໂດຍກົງ. ໜ້າວຽກສ່ວນໃຫຍ່ທີ່ທ່ານຮັບຜິດຊອບແມ່ນຈະສຳເລັດໂດຍບໍ່ມີການຄວບຄຸມ, ດັ່ງນັ້ນທ່ານຄາດຫວັງໃຫ້ເຮັດວຽກຕາມມາດຕະຖານຂອງບໍລິສັດ / ຂັ້ນຕອນການເຮັດວຽກ / ແນວທາງ ຫຼື ຄູ່ມືຜູ້ຜະລິດອຸປະກອນໃນດ້ານຄວາມປອດໄພຕາມມາດຕະຖານການຄວບຄຸມສິ່ງປົນເປື້ອນ ທີ່ກໍານົດໂດຍບໍລິສັດພູເບ້ຍມາຍນີ້ງ.
ໜ້າທີ່ຮັບຜິດຊອບ:
- ຮັບຜິດຊອບໃນການເຊື່ອມ-ຈອດສ່ວນປະກອບຕ່າງໆ ລວມທັງແຄ້ມນອນ ແລະ ຈຸດຟື້ນຟູ ຕາມການມອບຫມາຍຂອງພະແນກຂົນສົ່ງ
- ຮັບຜິດຊອບໃນການເຊື່ອມ-ຈອດຕູ້ແຮ່ ແລະ ຫາງລາກ
- ລາຍງານທຸກອຸບັດຕິເຫດ / ເຫດການໃຫ້ຫົວໜ້າຄຸມງານທັນທີ
- ມີສ່ວນຮ່ວມຢ່າງຫ້າວຫັນໃນທຸກໆການຝຶກອົບຮົມທີ່ທາງບໍລິສັດຈັດໃຫ້
- ຮັບປະກັນວ່າທ່ານສາມາດປະຕິບັດໜ້າທີ່ໄດ້ສຳເລັດຕາມຂອບເຂດເວລາທີ່ກຳນົດ
ເງື່ອນໄຂຕ່າງໆ ຂອງ ຜູ້ສະໝັກ ມີດັ່ງລຸ່ມນີ້:
- ການສຶກສາຈົບ ຊັ້ນກາງຂະແໜງເຊື່ອມ-ຈອດ
- ມີປະສົບການທາງດ້ານການເຊື່ອມ-ຈອດ 2 ປີຂື້ນໄປ
- ສາມາດສື່ສານພາສາອັງກິດຈະພິຈາລະນາເປັນພິເສດ
- ມີຄວາມຫ້າວຫັນ ແລະ ພ້ອມທີ່ຈະຮຽນຮູ້
ຖ້າທ່ານມີຄຳຖາມກ່ຽວກັບຕຳແໜ່ງນີ້ ຫຼື ຂັ້ນຕອນການຄັດເລືອກ, ກະລຸນາຕິດຕໍ່ໄດ້ທີ່ເບີ 021 268 000.
ຫຼື ຖ້າທ່ານສົນໃຈໃນຕຳແໜ່ງນີ້ ກໍ່ສາມາດຕິດຕໍ່ໂດຍກົງ ຫາທີມງານຈັດຫາແຮງງານປະຈໍາຫ້ອງການບ້ານທວາຍ ໂທ: 020 29824098 ຫຼື ສົ່ງໃບສະໝັກມາທີ່ອີເມວ:Douaxiong.Ziazer@pbm.panaust.com. ປິດຮັບວັນທີ່ 23 ກໍລະກົດ.
Apply Save Job Email Job to Friend Return to List
Email this job to a friend
The job has been sent to
Please provide the information below Job title: *Your friend’s email address: Message:
*Confirm you are not a robot:
Send Cancel