Career Opportunities: Maintenance Technician - Mechanical (17120)
Apply NowCareer Opportunities: Maintenance Technician - Mechanical (17120)
Requisition ID 17120 - Posted - Laos
Job Description Print Preview
Apply Save Job Email Job to Friend Return to List
DISCOVER YOUR POTENTIAL. DEVELOP YOUR FUTURE.
GROW WITH PHU BIA MINING.
ຕຳແໜ່ງ: ພະນັກງານສ້ອມແປງບໍາລຸງຮັກສາກົນຈັັກໂຮງງານ (1 ຕຳແໜ່ງ)
- ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ,ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທຳ
- ໂອກາດທີ່ດີໃນການເພີ່ມຄວາມຮູ້ ແລະ ຫາປະສົບການໃໝ່ໃນການໃນການສ້ອມແປງກົນຈັກໜັກກັບບໍລິສັດພູເບ້ຍມາຍນິ້ງ
- ມີແພັກເກັດເງິນເດືອນ ແລະ ສະຫວັດດີການທີ່ຫລາກຫລາຍ ( ສະໜາມ ພູຄຳ, ແຂວງ ໄຊສົມບູນ ແລະ ເຮັດວຽກ 20ມື້ ພັກ08ມື້ )
ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ
ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງແລະຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ,ມີການພັດທະນາແລະສໍາຫລວດໃນປະເທດລາວ ມ່ຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະຄໍາ ການກະຈາຍເປົ້າໝາຍຂອງການຜະລິດແລະການເຕີບໂຕ.
ໃນປະເທດລາວແພນອອສຖືຫຸ້ນ90ສ່ວນຮ້ອຍໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ.ລັດຖະບານລາວແມ່ນເປັນເຈົ້າຂອງຢູ້10 ສ່ວນຮ້ອຍ.ພູເບ້ຍມາຍນິ້ງເປັນເຈົ້າຂອງແລະດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ
ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດແລະການດໍາເງີນງານ.ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງແລະມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຢືນຍົງໃຫ້ລັດຖະບານແລະປະຊາຊົນລາວ.
ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີມີຄວາມຫລາກຫລາຍວັດທະນະທັມທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມແລະການພັດທະນາໂດຍພະນັກງານຕ່າງປະເທດແລະຫົວໜ້າຄົນລາວທີ່ມີປະສົບການແລະເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍນອນຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະຜົນປະໂຫຍດຫລາກຫລາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວແລະຍັງມີໂບນັສໃນການເຮັດວຽກງານນໍາອີກ
ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫລາກຫລາຍຢູ່ທີ່ບໍ່ຂຸດຄົ້ນ,ການສໍາຫລວດພາກສະໜາມແລະຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫລາຍດັ່ງນັ້ນພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະຫມັກໃນຕໍາແໜ່ງທີ່ວ່າງທັງໝົດ
ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານທັງອາຫານລາວ ອາຫານເອເຊຍ ແລະອາຫານຕາເວັນຕົກມີກິລາແລະສິ່ງອໍານວຍຄວາມສະດວກຄົບທັນສະໄໝແລະມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ20ມື້ພັກ8ມື້ ຫຼື ເຮັດວຽກ14ມື້ພັກ7ມື້ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ5ມື້ຕໍ່ອາທິດພັກ2ມື້
ລາຍງານວຽກຫາຫົວໜ້າຄຸມງານ ສ້ອມແປງບໍາລຸງຮັກສາ, ທ່ານມີໜ້າທີ່ຮັບຜິດຊອບໃນການບໍາລຸງຮັກສາກົນຈັກໂຮງງານ ແລະ ອຸປະກອນສຳຫຼັບການຂຸດຄົ້ນ ທີ່ຢູ່ພາຍໃນ-ນອກຂົງເຂດໂຄງການຂຸດຄົ້ນພູຄຳ.
ຫນ້າທີ່ຄວາມຮັບຜິດຊອບດັ່ງນີ**:**
- ມີບົດບາດໃນການຈັດການດ້ານຄວາມປອດໄພ ແລະ ສົ່ງເສີມການປະຕິບັດວຽກງານທີ່ປອດໄພຕະຫຼອດເວລາ
- ປະຕິບັດໜ້າທີ່ອື່ນໆຕາມຄວາມຕ້ອງການຂອງຫົວໜ້າຄຸມງານບໍາລຸງຮັກສາອຸປະກອນໂຮງງານໃຫ້ເປັນລະບຽບຮຽບຮ້ອຍ ແລະ ສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ
- ຮັກສາສະຖານທີ່ເຮັດວຽກໃຫ້ມີຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍ
- ດຳເນີນການຖ່າຍ-ປ່ຽນ ສ່ວນປະກອບດ້ວຍການແນະນຳຈາກຫົວໜ້າຄຸມງານຂອງກະວຽກນັ້ນ
- ດຳເນີນການສ້ອມແປງເຄື່ອງຈັກໂຮງງານ, ເຄື່ອງບົດຫີນ ເພື່ອບັນທຶກບັນດາຂໍ້ບົກຜ່ອງຕ່າງໆ, ຄວາມເສຍຫາຍ ແລະ ລາຍງານຂໍ້ບົກຜ່ອງໂດຍກົງຫາຫົວໜ້າຄຸມງານ
- ດຳເນີນການກວດກາໃນເວລາບຳລຸງຮັກສາເພື່ອໃຫ້ໝັ້ນໃຈວ່າໄດ້ລະບຸຈຸດບົກຜ່ອງ ແລະ ໄດ້ບັນທຶກເພື່ອການສ້ອມແປງຄັ້ງຕໍ່ໄປ
ຄຸນນະສົມບັດທີ່ຄວນມີສໍາລັບຕໍາແໜງນີ້**:**
- ລະດັບການສຶກສາຊັ້ນກາງ - ສູງ ໃນດ້ານການສ້ອມແປງກົນຈັກທົ່ວໄປ
- ມີປະສົບການ 1 ປີ ຂື້ນໄປ ຫຼື ໃບຜ່ານງານກ່ຽວກັບກົນຈັກໂຮງງານ ພິຈາລະນາເປັນພິເສດ
- ມີຄວາມກະຕືລືລົ້ນ ແລະ ຫ້າວຫັນໃນໜ້າວຽກ
- ສາມາດເຮັດວຽກເປັນທີມໄດ້
ໃນກໍລະນີທີ່ມີຄຳຖາມກ່ຽວກັບຕໍາແໜ່ງນີ້ ຫຼື ກ່ຽວກັບຂະບວນການຈັດຈ້າງພະນັກງານ, ກະລຸນາຕິດຕໍ່ຫາທີມງານຈັດຈ້າງພະນັກງານຂອງພວກເຮົາທີ່ເບີ Cisco 1097 ຫຼື ຕິດຕໍ່ໂດຍກົງຫາ ສຸກສາຄອນ ທີ່ເບີ 020 23293641
Apply Save Job Email Job to Friend Return to List
Email this job to a friend
The job has been sent to
Please provide the information below Job title: *Your friend’s email address: Message:
*Confirm you are not a robot:
Send Cancel