Career Opportunities: Maintenance Technician - Mechanical (17014)

PanAust Laos
Apply Now

Career Opportunities: Maintenance Technician - Mechanical (17014)

Requisition ID 17014 - Posted  - Laos

  Job Description Print Preview

Apply Save Job Email Job to Friend Return to List

 

 

ຄົ້ນຫາຄວາມສາມາດຂອງທ່ານ**.**   ສ້າງອະນາຄົດທີ່ສົດໃສ**.**

ເຕີບໃຫຍ່ໄປພ້ອມກັນກັບບໍລິສັດພູເບ້ຍມາຍນິ້ງ**.**

 

 

ພະນັກງານສ້ອມແປງບໍາລຸງຮັກສາກົນຈັັກໂຮງງ****​ານ (2 ຕຳແໜ່ງ)

  • ມາຮ່ວມເປັນສ່ວນໜຶ່ງຂອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ມີປະສິດທິພາບສູງ,ສະພາບແວດລ້ອມຂອງການເຮັດວຽກກັບທີມງານທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທຳ
  • ໂອກາດທີ່ດີໃນການເພີ່ມຄວາມຮູ້ ແລະ ຫາປະສົບການໃໝ່ໃນການໃນການສ້ອມແປງກົນຈັກໜັກກັບບໍລິສັດພູເບ້ຍມ່າຍນິ້ງ
  • ມີແພັກເກັດເງິນເດືອນ ແລະ ສະຫວັດດີການທີ່ຫລາກຫລາຍ ( ສະໜາມ ຫ້ວຍຊາຍ ແລະ ເຮັດວຽກ 14ມື້ ພັກ 07ມື້ )

ຕໍາແໜ່ງນີ້ແມ່ນເປີດໂອກາດໃຫ້ຜູ້ສະໝັກສັນຊາດລາວເທົ່ານັ້ນ

 

ບໍລິສັດແພນອອສຈໍາກັດແມ່ນຜູ້ຜະລິດທອງແລະຄໍາເຊິ່ງມີສໍານັກງານໃຫຍ່ຢູ່ປະເທດອອສເຕເລຍ,ມີການພັດທະນາແລະສໍາຫລວດໃນປະເທດລາວ ມ່ຽນມາ ແລະ ປາປົວນິວກິເນຍ. ບໍລິສັດໄດ້ສຸມໃສ່ຮູບແບບໃນການດໍາເນີນທຸລະກິດແບບຍືນຍົງທີ່ກ່ຽວຂ້ອງກັບການຜະລິດ ການຂາຍທອງແດງ ແລະຄໍາ ການກະຈາຍເປົ້າໝາຍຂອງການຜະລິດແລະການເຕີບໂຕ.

 

ໃນປະເທດລາວແພນອອສຖືຫຸ້ນ90ສ່ວນຮ້ອຍໃນບໍລິສັດພູເບ້ຍມາຍນິ້ງເຊິ່ງຈົດທະບຽນໃນປະເທດລາວ.ລັດຖະບານລາວແມ່ນເປັນເຈົ້າຂອງຢູ້10 ສ່ວນຮ້ອຍ.ພູເບ້ຍມາຍນິ້ງເປັນເຈົ້າຂອງແລະດໍາເນີນການຢູ່ເຂດດໍາເນີນການຂຸດຄົ້ນທອງແດງ-ຄໍາຢູ່ພູຄໍາ ແລະ ເຂດດໍາເນີນການຂຸດຄົ້ນຄໍາ-ເງິນບ້ານຫ້ວຍຊາຍ

ນີ້ແມ່ນໂອດການທີ່ດີໃນການຮ່ວມວຽກນໍາບໍລິສັດພູເບ້ຍມາຍນິ້ງ. ໜ່ວຍຜະລິດທອງແດງ-ຄໍາຢູ່ພູຄໍາ ແລະ ໜ່ວຍຜະລິດຄໍາ-ເງິນຢູ່ບ້ານຫ້ວຍຊາຍຂອງບໍລິສັດແມ່ນມີຄວາມປອດໄພລະດັບໂລກໃນການປະຕິບັດແລະການດໍາເງີນງານ.ບໍລິສັດແມ່ນສຸມໃສ່ໃນການສືບຕໍ່ດໍາເນີນງານກ່ຽວກັບຂໍ້ຄົງຄ້າງຢ່າງຕໍ່ເນື່ອງແລະມີການພັດທະນາແຜນປິດບໍ່ທີ່ມີຜົນດໍາເນີນງານແບບຢືນຍົງໃຫ້ລັດຖະບານແລະປະຊາຊົນລາວ.

 

ການຮ່ວມເຮັດວຽກນໍາທີມງານຂອງພູເບ້ຍມາຍນິ້ງທ່ານຈະມີໂອກາດໄດ້ເຮັດວຽກນໍາສະພາບແວດລ້ອມເພື່ອນຮ່ວມງານທີມີຄວາມຫລາກຫລາຍວັດທະນະທັມທ່ານຈະໄດ້ຮັບການສະໜັບສະໜູນການເຝິກອົບຮົມແລະການພັດທະນາໂດຍພະນັກງານຕ່າງປະເທດແລະຫົວໜ້າຄົນລາວທີ່ມີປະສົບການແລະເຈົ້າຈະໄດ້ຮັບການພັດທະນາປັບປຸງທັກສະດ້ານພາສາອັງກິດອີກດ້ວຍນອນຈາກນີ້ທ່ານຈະໄດ້ຮັບຜົນຕອບແທນເປັນເງິນເດືອນແລະຜົນປະໂຫຍດຫລາກຫລາຍລວມທັງປະກັນສຸຂະພາບທີ່ຄຸ້ມກັນຄອບຄົວແລະຍັງມີໂບນັສໃນການເຮັດວຽກງານນໍາອີກ

 

ພວກເຮົາສະເໜີໂອກາດໃນການເຮັດວຽກທີ່ແຕກຕ່າງຫລາກຫລາຍຢູ່ທີ່ບໍ່ຂຸດຄົ້ນ, ການສໍາຫລວດພາກສະໜາມແລະຢູ່ຫ້ອງການວຽງຈັນຂອງພວກເຮົາບໍລິສັດພວກເຮົາແມ່ນໃຫ້ຄວາມສໍາຄັນກ່ຽວກັບຄວາມຫຼາກຫລາຍດັ່ງນັ້ນພວກເຮົາຈິ່ງຂໍແນະນໍາໃຫ້ຜູ້ຍິງສະຫມັກໃນຕໍາແໜ່ງທີ່ວ່າງທັງໝົດ

ພວກເຮົາມີທີ່ພັກທີ່ທັນສະໄໝຢູ່ທາງພາກສະໜາມ ມີບໍລິການອາຫານທັງອາຫານລາວ ອາຫານເອເຊຍ ແລະອາຫານຕາເວັນຕົກມີກິລາແລະສິ່ງອໍານວຍຄວາມສະດວກຄົບທັນສະໄໝແລະມີໜ່ວຍງານໃຫ້ບໍລິການທໍາຄວາມສະອາດ ພະນັກງານທີ່ເຮັດວຽກປະຈໍາຢູ່ພາກສະໜາມແມ່ນເຮັດວຽກ20ມື້ພັກ8ມື້ ຫຼື ເຮັດວຽກ14ມື້ພັກ7ມື້ສໍາລັບການເຮັດວຽກເປັນຜຽນ ການເຮັດວຽກຢູ່ຫ້ອງການວຽງຈັນແມ່ນເຮັດວຽກ5ມື້ຕໍ່ອາທິດພັກ2ມື້

 

 

ລາຍງານວຽກຫາຫົວໜ້າທີມງານ ສ້ອມແປງບໍາລຸງຮັກສາ, ທ່ານມີໜ້າທີ່ຮັບຜິດຊອບໃນການບໍາລຸງຮັກສາກົນຈັກໂຮງ​ງານ ແລະ ອຸປະ​ກອນສຳຫຼັບການຂຸດຄົ້ນ ທີ່ຢູ່ພາຍໃນ-ນອກຂົງເຂດໂຄງການ​ຂຸດຄົ້ນພູຄຳ.

 

ຫນ້າທີ່ຄວາມຮັບຜິດຊອບດັ່ງນີ**:**

  • ມີບົດບາດໃນການຈັດການດ້ານຄວາມປອດໄພ ແລະ ສົ່ງເສີມການປະຕິບັດວຽກງານທີ່ປອດໄພຕະຫຼອດເວລາ
  • ປະຕິບັດໜ້າທີ່ອື່ນໆຕາມຄວາມຕ້ອງການຂອງຫົວໜ້າຄຸມງານບໍາລຸງຮັກສາອຸປະກອນໂຮງ​ງານໃຫ້ເປັນລະບຽບຮຽບຮ້ອຍ ແລະ ສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ
  • ຮັກສາສະຖານທີ່ເຮັດວຽກໃຫ້ມີຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍ
  • ດຳເນີນການຖ່າຍ-ປ່ຽນ ສ່ວນປະກອບດ້ວຍການແນະນຳຈາກຫົວໜ້າຄຸມງານຂອງກະວຽກນັ້ນ
  • ດຳເນີນການສ້ອມແປງເຄື່ອງຈັ​ກ​ໂຮງງ​າ​ນ, ເຄື່ອງ​ບົດ​ຫີນ  ເພື່ອບັນທຶກບັນດາຂໍ້ບົກຜ່ອງຕ່າງໆ, ຄວາມເສຍຫາຍ ແລະ ລາຍງານຂໍ້ບົກຜ່ອງໂດຍກົງຫາຫົວໜ້າຄຸມງານ
  • ດຳເນີນການກວດກາໃນເວລາບຳລຸງຮັກສາເພື່ອໃຫ້ໝັ້ນໃຈວ່າໄດ້ລະບຸຈຸດບົກຜ່ອງ ແລະ ໄດ້ບັນທຶກເພື່ອການສ້ອມແປງຄັ້ງຕໍ່ໄປ

 

 ຄຸນນະສົມບັດທີ່ຄວນມີສໍາລັບຕໍາແໜງນີ້**:**

  • ລະດັບການສຶກສາຊັ້ນກາງ - ສູງ ໃນດ້ານ​ກາ​ນ​ສ້​ອ​ມ​ແປງ​ກົນຈັກ​ທົ່ວ​ໄປ
  • ມີປະສົບການ 1 ປີ ຂື້​ນ​ໄປ ຫຼື ໃບຜ່ານງານກ່ຽວກັບກົນຈັກ​ໂຮງ​ງານ ພິຈາລະນາເປັນພິເສດ
  • ມີຄວາມກະຕືລືລົ້ນ ແລະ ຫ້າວຫັນໃນໜ້າວຽກ
  • ສາມາດເຮັດວຽກເປັນທີມໄດ້
  • ມີໃບຂັບຂີ່ປະເພດ AB ຈະພິຈາລະນາເປັນພິເສດ

ສາມາດສົ່ງໃບສະໝັກຂອງທ່ານຜ່ານທາງອີເມລ: Alisa.Sookmixay@pbm.panaust.com ແລະ ສອບຖາມຂໍ້ມູນໄດ້ທີ່ເບີ 021 268 000

 

 

Apply Save Job Email Job to Friend Return to List

Email this job to a friend

 

 

 

The job has been sent to

 

Please provide the information below Job title: *Your friend’s email address: Message:
*Confirm you are not a robot:

Send Cancel